ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພັກ​ການເມືອງ​ຕ່າງໆ​ຢູ່​ກຳປູເຈຍ ເລີ່ມ​ຕົ້ນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ

     ວິທະຍຸ​ກະຈາຍສຽງ ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ ​ວັນທີ 11 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ວັນ​ທີ 11 ກຸມພາ 2024 ຜ່ານ​ມາເປັນ
​ມື້​ທຳ​ອິດ​ຂອງ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ບັນດາ​ການເຄື່ອນໄຫວ​ເຕົ້າໂຮມ, ເຊີດ​ຊູ​ກຳລັງ, ແຫ່​ຂະ​ບວນ​ໂຄສະນາ​ຂົນຂວາຍ​ຫາ​ສຽງ​ເລືອກ
​ຕັ້ງຢູ່​ນະຄອນຫຼວງພະນົມ​ເປັນ ແລະ ຫຼາຍ​ທ້ອງຖິ່ນ, ສ່ວນ​ຫຼາຍແມ່ນ​ພັກ​ປະຊາຊົນ​ກຳປູເຈຍ (CPP) ກຳ​ອຳນາດ.

     ບົດ​ລາຍ​ງານ​ການ​ອັບ​ເດດ​ຂອງ​ຄະນະ​ກຳມະການເລືອກ​ຕັ້ງ ແຫ່ງ​ຊາດ ກຳປູເຈຍ (NEC) ໄດ້​ຢັ້ງຢືນ​ວ່າ: ໃນ​ມື້​ທຳ​ອິດຂອງ​ບັ້ນ​ຂົນຂວາຍ
​ການ​ຫາ​ສຽງ​ເລືອກ​ຕັ້ງ, ມີ​ພຽງ​ແຕ່​ພັກ CPP ໄດ້​ຈັດ​ຕັ້ງ​ການເຄື່ອນໄຫວ​ເດີນ​ຂະ​ບວນ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫຼາຍໃນ 7
ຫົວໜ່ວຍ​ອຳນາດ​ການ​ປົກຄອງ​ຂັ້ນ​ແຂວງ​ຢູ່ 5/8 ເຂດ​ເລືອກ​ຕັ້ງ.

     ໃນ​ຂະນະ​ທີ່, ພັກ​ເຈດ​ຈຳນົງ​ຂະ​ແມ ໄດ້​ຈັດ​ການເຄື່ອນໄຫວ​ເຕົ້າໂຮມ​ກຳລັງ, ໃຊ້​ໂທລະ​ໂຄ່ງ​ໂຄສະນາ​ຢູ່​ສຳນັກງານ​ພັກ, ສະຖານທີ່​ຕ່າງໆ
ແລະ ຄອບຄົວ​ຂອງ​ສະມາຊິກ​ພັກ. ສອງ​ພັກ​ທີ່​ຍັງ​ເຫຼືອ​ແມ່ນພັກ FUNCINPEC ແລະ ພັກ​ກຳລັງ​ຊົນ​ຊາດ ​ຍັງ​ບໍ່​ທັນ​ໄດ້​ດຳເນີນ​ການເຄື່ອນ
ໄຫວ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ເທື່ອ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2024